Want to join our team?

Help us create a new financial world

Build the future of finance

 

Join us to make the financial system more efficient, highly affordable and secured to everyone everywhere.

Our employees benefits.

At bitqik, we build you as a great person to have healthy and fulfilling careers.
Be part of our dynamic team!

Remote work

Mentorship and crypto training

Speaking/Conference opportunities

Competitive salary

Training and development

Community events

Flexible working hours

Team building activities

Health insurance

Open opportunities

ຜູ້ຊ່ວຍຜູ້ບໍລິຫານ (Executive Assistant)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ເປັນຜູ້ຊ່ວຍຜູ້ບໍລິຫານ ໃນການຕິດຕໍ່ປະສານງານ ທັງພາຍໃນແລະພາຍນອກບໍລິສັດ 
  • ຈັດການເລື່ອງນັດຫມາຍ, ການປະຊຸມ, ການຈອງຕ່າງໆສຳລັບຜູ້ບໍລິຫານ ແລະແຂກສຳຄັນຂອງບໍລິສັດ 
  • ເກັບກຳແລະບັນທຶກເອກະສານ ການຕິດຕໍ່ປະສານງານແລະປະຊຸມກັບພາກສ່ວນຕ່າງໆ 
  • ຕອບຂໍ້ຄວາມ, ຮັບໂທລະສັບ ແລະ ອີເມລສຳຄັນ ຊ່ອຍຜູ້ບໍລິຫານ ແລະລາຍງານຕິດຕາມວຽກໃຫ້ຜູ້ບໍລິຫານຮັບຊາບ 
  • ກວດສອບຄວາມຖືກຕ້ອງຂອງເອກະສານຕ່າງໆຊ່ອຍຜູ້ບໍລິຫານ 
  • ກະກຽມເອກະສານ, ບົດນຳສະເຫນີ ແລະລາຍງານວຽກຕ່າງໆທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ 
  • ຕິດຕາມຜູ້ບໍລິຫານໄປປະຕິບັດວຽກນອກສະຖານທີ່ 
  • ປະຕິບັດວຽກອື່ນໆ ຕາມຫນ້າວຽກທີ່ໄດ້ຮັບມອບຫມາຍຈາກຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈຳກັດເພດ 
  • ອາຍຸບໍ່ເກີນ 30 ປີ 
  • ມີຄວາມຮັບຜິດຊອບ, ເຮັດວຽກລະອຽດຮອບຄອບ ແລະມີໄຫວພິບແກ້ໄຂບັນຫາດີ 
  • ມີທັກສະການສື່ສານ, ການຕິດຕໍ່ປະສານງານ ແລະການເຈລະຈາຕໍ່ລອງທີ່ດີ 
  • ເຮັດວຽກຢ່າງເປັນລະບົບ ແລະຈັດລຳດັບຄວາມສຳຄັນຂອງຫນ້າວຽກໄດ້ດີ 
  • ສາມາດປະຕິບັດວຽກພາຍໃຕ້ຄວາມກົດດັນ ແລະແກ້ໄຂບັນຫາສະເພາະຫນ້າໄດ້ດີ 
  • ມີຄວາມສາມາດໃນການນຳໃຊ້ຄອມພິວເຕີ, ໂປຣແກຣມ MS Office, CANVA, ນຳໃຊ້ແອັບແຊັດຕ່າງໆ ແລະຕອບອີເມລໄດ້ດີ 
  • ຕ້ອງສື່ສານ ແລະຂຽນ ພາສາອັງກິດໄດ້ຢ່າງດີ (ຖ້າໄດ້ພາອື່ນໆເພີ່ມຕື່ມຈະພິຈາລະນາເປັນພິເສດ) 
  • ມີປະສົບການໃນວຽກເລຂາ ຫລືຜູ້ຊ່ອຍຜູ້ບໍລິຫານ 
  • ມີບຸກຄະລິດກະພາບດີ, ມີມະນຸດສຳພັນດີ.
ຫົວໜ້າຂະແໜງ ການຕະຫຼາດ, ໂຄສະນາ ແລະ ປະຊາສຳພັນ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສົ່ງເສີມແບຣນຂອງບໍລິສັດ ແລະ ແນະນໍາຜະລິດຕະພັນໃໝ່ໆອອກສູ່ຕະຫຼາດ
  • ວາງແຜນການຕະຫຼາດ, ວິເຄາະຄວາມຕ້ອງການຂອງລູກຄ້າ, ປະເມີນແນວໂນ້ມຕະຫຼາດ
  • ສ້າງແຜນການຕະຫຼາດ, ການໂຄສະນາ ປະຈຳອາທິດ – ປະຈຳເດືອນ
  • ກວດສອບການຂຽນຂ່າວ, ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສ້າງແຜນການຈັດຝຶກອົບຮົມ ໃຫ້ຄວາມຮູ້ແກ່ລູກຄ້າທີ່ສົນໃຈໃນການລົງທຶນ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂຄສະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝຢູ່ສະເໝີ
  • ສ້າງແຜນກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ປະສົບການຢ່າງນ້ອຍ 3-5 ປີ ໃນສາຂາ ການຕະຫຼາດ, ໂຄສະນາ ໂດຍສະເພາະທາງດ້ານ Digital Marketing
  • ສາມາດເຮັດວຽກເປັນທີມ ແລະມີພາວະຄວາມເປັນຜູ້ນໍາສູງ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktokເປັນຕົ້ນ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency)ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ ຫລື ຣັດເຊຍແມ່ນຈະພິຈາລະນາເປັນພິເສດ
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນ.
ຫົວຫນ້າຂະແໜງ ບໍລິການລູກຄ້າ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຄວບຄຸມເບິ່ງແຍງການໃຫ້ບໍລິການລູກຄ້າຜ່ານຊ່ອງທາງຕ່າງໆ ເຊັ່ນ: ທາງໂທລະສັບ, Live Chat, Online message ເພື່ອໃຫ້ບໍລິການລູກຄ້າຂອງບໍລິສັດ ແລະ ຕອບຄຳຖາມຈາກລຸກຄ້າ ລວມເຖິງແກ້ໄຂບັນຫາດ້ານການໃຫ້ບໍລິການຂອງລູກຄ້າ
  • ຈັດການລາຍງານໃນຮູບແບບທີ່ກຳຫນົດ ອອກແບບຂະບວນການໃຫ້ບໍລິການຂໍ້ມູນ
  • ຈັດການຄຳຮ້ອງຮຽນທີ່ເຫມາະສົມກັບຮູບແບບຂອງບໍລິສັດວາງອອກ
  • ຈັດການ ແລະ ອັບເດດ Knowledge center ຊຸດຂໍ້ມູນທີ່ໃຫ້ບໍລິການລູກຄ້າທີ່ຕິດຕໍ່ມາ ເພື່ອໃຊ້ເປັນຖານຂໍ້ມູນປະກອບການ
  • ວາງແຜນວິເຄາະຄວາມຕ້ອງການ ຄວາມຄາດຫວັງຂອງລູກຄ້າ ໃຫ້ກັບພະແນກກ່ຽວຂ້ອງ
  • ບໍລິຫານຄວາມສຳພັນກັບລູກຄ້າ ແລະ ຜູ້ທີ່ຕິດຕໍ່ເຂົ້າມາເພື່ອສ້າງປະສົບການທີ່ດີ ເພື່ອໃຫ້ບັນລຸເປົ້າຫມາຍບໍລິສັດ.

ເງື່ອນໄຂຜູ້ສະໝັກ

  • ເພດຍິງ ຫລື ຊາຍ, ອາຍຸ 28 ປີ ຫາ 40 ປີ
  • ຈົບການສຶກສາລະດັບ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານທຸລະກິດ, ເສດຖະສາດ, ລັດຖະສາດ
  • ສາມາດສື່ສານ ພາສາອັງກິດໄດ້ໃນລະດັບດີ (ຖ້າໄດ້ພາສາຈີນໄດ້ຈະພິຈາລະນາເປັນພິເສດ)
  • ມີທັກສະໃນການນຳໃຊ້ຄອມພິວເຕີ (Word, Excel & PowerPoint) ເປັນຢ່າງດີ
  • ມີປະສົບການໃນການໃຫ້ບໍລິການຂໍ້ມູນລູກຄ້າ ຫຼາຍກວ່າ 5ປີ ຈາກທະນາຄານ ຫລື ສາຖາບັນການເງິນ
  • ມີຄວາມກະຕືລືລົ້ນ, ຫ້າວຫັນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ມີຄວາມຊື່ສັດ
  • ສາມາດເຮັດວຽກນອກໂມງລັດຖະການ ແລະ ວັນພັກລັດຖະການໄດ້
  • ມີຄວາມສາມາດຄວບຄຸມດູແລ, ວາງແຜນວຽກ, ອອກແບບຂັ້ນຕອນການເຮັດວຽກການໃຫ້ບໍລິການລູກຄ້າ ຜ່ານຊ່ອງທາງຕ່າງໆໄດ້ເຊັ່ນ: Call in, Walk in ລວມເຖິງ Online social media
  • ມີທັກສະໃນການຝຶກອົບຮົມທີມງານ ແລະ ຖ່າຍທອດຄວາມຮູ້
  • ມີ Service Mind ທີ່ດີ ຮັກໃນງານບໍລິການ ມີທັກສະປະຕິສຳພັນກັບຜູ້ອື່ນໃນລະດັບທີ່ດີຫລາຍ, ມີຄວາມສາມາດໃນການສື່ຂໍ້ຄວາມທັງການເວົ້າ ແລະ ຂຽນ ພາສາລາວ ແລະ ອັງກິດໃນລະດັບທີ່ດີ.
ພະນັກງານວິຊາການ ບໍລິຫານຄວາມສ່ຽງ (Risk Management Officer)2 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ກໍານົດນະໂຍບາຍຄວາມສ່ຽງ ທາງດ້ານທຸລະກິດ, ດ້ານລະບົບ ຂອງບໍລິສັດ ແລະ ພັດທະນາ ລະບົບພາຍໃນ ຮ່ວມກັບພະແນກ/ໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ພ້ອມກໍານົດແນວທາງ ຄວບຄຸມຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ
  • ຄົ້ນຄວ້າ, ສຶກສາ ພ້ອມວິທີແກ້ໄຂ ແລະ ປ້ອງກັນຄວາມສ່ຽງ ພາຍໃນ ແລະ ພາຍນອກ ທີ່ອາດຈະເກີດຂື້ນກັບລະບົບຂອງບໍລິສັດ ພ້ອມທັງວາງແຜນແກ້ໄຂ ກໍລະນີເກີດເຫດສຸກເສີນ, ເພື່ອບໍ່ໃຫ້ມີຜົນກະທົບຕໍ່ທຸລະກິດບໍລິສັດ ຫຼື ກະທົບຫນ້ອຍທີ່ສຸດ
  • ວິເຄາະ, ກວດສອບກະເປົາ (Wallet) ຂອງລູກຄ້າ ຫຼື ບຸກຄົນອື່ນ ທີ່ເຮັດທຸລະກຳຊື້-ຂາຍຫຼຽນ ຜ່ານຜະລິດຕະພັນຂອງບໍລິສັດ (ອອກລາຍງານ ການກວດສອບກະເປົາ (Wallet), ປະກອບຂໍ້ມູນ ແລະ ທິດທາງ ແກ່ຄະນະຜູ້ບໍລິຫານ ໃນການຕັດສິນໃຈ ເຮັດທຸລະກຳ, ເກັບກຳຂໍ້ມູນ ແລະ ສ້າງລາຍງານຕິດຕາມ ຄວາມສ່ຽງຂອງຫຼຽນປະເພດຕ່າງໆ ແລະ ຄວາມສ່ຽງອື່ນໆ ທີ່ເຂົ້າມາຜ່ານລະບົບບິດຄິກ ເພື່ອການແກ້ໄຂຄວາມສ່ຽງ ຢ່າງທັນເວລາ)
  • ບໍລິຫານຄວາມສ່ຽງປະເພດຕ່າງໆ ທີ່ເຂົ້າມາຜ່ານລະບົບບໍລິສັດ ພ້ອມທັງໃຫ້ຄຳແນະນຳ ເພື່ອເປັນແນວທາງ ໃນການຕັດສິນໃຈ ຂອງຜູ້ບໍລິຫານ ແລະ ພະນັກງານຜູ້ປະຕິບັດໜ້າທີ່
  • Update, ຕິດຕາມ ການເຄື່ອນໄຫວ, ການປ່ຽນແປງ ຂອງຫຼຽນປະເພດຕ່າງໆ ເປັນປະຈຳວັນ, ເປັນແຕ່ລະໄລຍະ ເພື່ອນຳເອົາຂໍ້ມູນທີ່ໄດ້ ມາສຶກສາ, ຄົ້ນຄວ້າ ເຖິງຜົນກະທົບທີ່ອາດຈະເກີດຂຶ້ນກັບບໍລິສັດ ແລະ ວາງແຜນເພື່ອປ້ອງກັນຄວາມສ່ຽງ ຢ່າງຮັດກຸມ ແລະ ທັນເວລາ
  • ເຂົ້າຮ່ວມໂຄງການພັດທະນາ ຫຼື ປັບປຸງ ຜະລິດຕະພັນຕ່າງໆ, ການພັດທະນາລະບົບການຄຸ້ມຄອງ ແລະ ການພັດທະນາໂປຣແກຣມ ເພື່ອວາງແຜນບໍລິຫານຄວາມສ່ຽງ ທີ່ອາດຈະເກີດຂຶ້ນ
  • ຮ່ວມ, ສົມທົບ ກັບພະແນກ ຫຼື ໜ່ວຍງານອື່ນ ທີ່ກ່ຽວຂ້ອງ ໃນການສ້າງຄູ່ມືຜະລິດຕະພັນບໍລິການ, ຄູ່ມືນຳໃຊ້ປະຕິບັດວຽກ (Work Flow) ພ້ອມທັງກຳນົດແນວທາງປ້ອງກັນຄວາມສ່ຽງ ຢ່າງລະອຽດ ແລະ ຮັດກຸມ
  • ສຶກສາ, ຄົ້ນຄວ້າຂໍ້ມູນ ຂອງການນຳໃຊ້ລະບົບພາຍໃນ ແລະ ເຊື່ອມຕໍ່ກັບພາຍນອກ ທີ່ເຫັນວ່າມີຄວາມສ່ຽງ ແລະ ນຳສະເໜີຕໍ່ພະແນກທີ່ກ່ຽວຂ້ອງ, ຄະນະອໍານວຍການ ຫຼື ຄະນະຜູ້ບໍລິຫານ ເພື່ອນຳສະເໜີ ແນວທາງໃນການແກ້ໄຂ ແລະ ໄດ້ຮັບການປ້ອງກັນຄວາມສ່ຽງ ຢ່າງທັນເວລາ
  • ປະສານ, ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ ບໍລິສັດ ເພື່ອຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ ຂໍ້ກຳນົດ, ຫຼັກການປ້ອງການຄວາມສ່ຽງໃນດ້ານຕ່າງໆ ທີ່ທາງພາກລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໄດ້ກຳນົດ ແລະ ວາງອອກ ແຕ່ລະໄລຍະ
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະພະແນກ, ຄະນະຜູ້ບໍລິຫານ ແລະ ປະທານສະພາບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ເພດຊາຍ ຫຼື ຍິງ, ອາຍຸ 22 – 30 ປີ
  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນສາຂາ ບໍລິຫານຄວາມສ່ຽງ, ບໍລິຫານທຸລະກິດ, ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາທີ່ກ່ຽວຂ້ອງ (ຖ້າມີຄວາມຮູ້ກ່ຽວກັບ Cryptocurrency ຈະພິຈາລະນາເປັນພິເສດ)
  • ມີປະສົບການເຮັດວຽກ ຢ່າງໜ້ອຍ 01 ປີ ຂື້ນໄປ ທາງດ້ານບໍລິຫານຄວາມສ່ຽງ, ທະນາຄານ, Cryptocurrency
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ສາມາດນຳໃຊ້ຄອມພິວເຕີໃນລະດັບທີ່ດີ ແລະ ໂປຣແກຣມຕ່າງໆ (Word, Excel, PowerPoint, …) ເປັນຢ່າງດີ
  • ມີສຸຂະພາບແຂງແຮງ, ຫ້າວຫັນ, ກະຕືລືລົ້ນ, ມີວິໄນ, ດຸໝັ່ນ, ອົດທົນໃນການເຮັດວຽກ ແລະ ຊື່ສັດ
  • ມີຫົວຄິດປະດິດສ້າງ, ກ້າສະແດງອອກ ຫຼື ສະເໜີແນວຄວາມຄິດໃໝ່ໆ, ສຶກສາຄົ້ນຄວ້າ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີຄວາມຮັບຜິດຊອບຕໍ່ວຽກງານສູງ, ມີມະນຸດສຳພັນດີ, ມີທັກສະປະຕິສໍາພັນກັບຄົນອື່ນ, ສື່ສານ ແລະ ຕິດຕາມວຽກທີ່ດີ ເພື່ອເຮັດໃຫ້ວຽກສໍາເລັດທັນຕາມກໍານົດເວລາ ແລະ ຕາມເປົ້າໝາຍ
  • ສາມາດເຮັດວຽກເປັນທີມ ຫຼື ດຽວໄດ້ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້
  • ສາມາດເຮັດວຽກນອກໂມງລັດຖະການ ແລະ ວັນພັກລັດຖະການໄດ້ (ໃນບາງຄັ້ງຄາວ).
ພະນັກງານ ວິຊາການ ອອກແບບ ກຣາຟຟິກ1 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ອອກແບບກຣາຟຟິກ ສຳລັບສື່ຕ່າງໆທັງອອນໄລ ແລະ ອອຟໄລ;
  • ອອກແບບ ແລະ ພັດທະນາ ສື່ທີ່ສື່ເຖິງພາບລັກ, ເອກະລັກຂອງອົງກອນ;
  • ຜະລິດສື່ຮູບພາບກຣາຟຟິກ ເຊັ່ນ Banner ads, Facebook ads, artwork ຕ່າງໆ ທີ່ຕິດພັນກັບວຽກ ງານທີ່ກ່ຽວຂ້ອງ;
  • ເຮັດວຽກຢ່າງໃກ້ຊິດຮ່ວມກັບທີມການຕະຫລາດ ແລະ ທີມງານອື່ນໆທີ່ກ່ຽວຂ້ອງ;
  • ປະຕິບັດວຽກຕາມທີ່ໄດ້ຮັບມອບຫມາຍ.

ເງື່ອນໄຂຜູ້ສະໝັກ

  • ມີປະສົບການຢ່າງຫນ້ອຍ 2 ປີໃນວຽກອອກແບບກຣາຟຟິກ;
  • ປະລິນຍາຕີໃນສາຂາເຕັກໂນໂລຊີ ແລະຂໍ້ມູນຂ່າວສານ, ຄອມພິວເຕີ, ອອກແບບກຣາຟຟິກ,  ຫຼື ສາຂາທີ່ກ່ຽວຂ້ອງ;
  • ມີຄວາມສາມາດໃນການໃຊ້ໂປຣແກຣມ  Adobe ເຊັ່ນ Lightroom, Photoshop ແລະ Illustrator ເພື່ອໃຊ້ໃນການຕັດຕໍ່ຮູບພາບ;
  • ສາມາດສ້າງຜົນງານກຣາຟຟິກສຳລັບວຽກພາຍໃນ ແລະ ພາຍນອກ;
  • ສາມາດນຳສະເໜີໄອເດຍໃຫມ່ເພື່ອການພັດທະນາຄຸນນະພາບຂອງຜົນງານຂຶ້ນໄດ້;
  • ສາມາດເຮັດວຽກໄດ້ພາຍໃນສະພາບກົດດັນ ແລະ ແກ້ໄຂປັນຫາກະທັນຫັນ;
  • ມີຄວາມຢືດຢຸນໃນທັງຫນ້າທີຮັບຜິດຊອບ ແລະ ເວລາເຮັດວຽກ;
  • ມີຄວາມຫລົງໄຫລກ່ຽວກັບການຕະຫລາດດິຈິຕອລ ແລະ ມີຄວາມສົນໃຈຢ່າງເລິກເຊິງໃນການຕິດຕາມດິຈິຕອລເທຣນ;
  • ສາມາດເຮັດວຽກໄດ້ດ້ວຍຕົນເອງ ແລະ ຈັດລຳດັບຄວາມສຳຄັນຂອງວຽກພາຍໃນເວລາທີ່ກຳນົດໄດ້ດີ:
  • ຕ້ອງມີຜົນງານການອອກແບບມານຳສະເໜີພ້ອມ.
ພະນັກງານວິຊາການ ບໍລິຫານການຂາຍ (Sale Officer)02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ນໍາສະເໜີຜະລິດຕະພັນ ຂອງບໍລິສັດໃຫ້ລູກຄ້າ
  • ສ້າງສາຍພົວພັນກັບລູກຄ້າ ແລະຕົວແທນຂອງບໍລິສັດໃຫ້ໄດ້ຮັບຜົນດີ
  • ເຈລະຈາຕໍ່ລອງ ປິດການ ຊື້-ຂາຍ ແຕ່ລະຜະລິດຕະພັນ ຂອງບໍລິສັດ
  • ສ້າງຍອດຂາຍໃຫ້ບັນລຸຕາມເປົ້າໝາຍ
  • ເກັບກຳຂໍ້ມູນ, ສຶກສາຄວາມເພິ່ງພໍໃຈຂອງລູກຄ້າ ຈາກການບໍລິການ ແລະ ນຳໃຊ້ຜະລິດຕະພັນຕ່າງໆ ຂອງບໍລິສັດ ແຕ່ລະໄລຍະ.

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ການຂາຍ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແລະສິນເຊື່ອທະນາຄານ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ.
ພະນັກງານວິຊາການ ການຕະຫຼາດ, ໂຄສະນາ ແລະປະຊາສໍາພັນ
(Marketing and Public Relations)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສ້າງແຜນການຕະຫຼາດປະຈຳອາທິດ – ປະຈຳເດືອນ
  • ຄິດຄົ້ນເນື້ອຫາ ແລະ ສ້າງຄອນເທັນໃຫ້ມີຄວາມແທດເໝາະ ແລະ ເຂົ້າໃຈງ່າຍ
  • ຄົ້ນຄວ້າຫາຂໍ້ມູນ ຂ່າວສານທີ່ຈຳເປັນຕ້ອງໃຊ້ໃນການໂຄສະນາປະຊາສຳພັນ
  • ລວບລວມໄອເດຍຕ່າງໆທີ່ກ່ຽວຜະລິດຕະພັນ ແລະ ບໍລິການຂອງບໍລິສັດ
  • ຂຽນຂ່າວ ຂຽນໂຄສະນາໃຫ້ມີເນື້ອຫາຄວບຄຸມ ແລະເປັນໄປຕາມນະໂຍບາຍຂອງບໍລິສັດ
  • ສຶກສາ ຄົ້ນຄວ້າກົນລະຍຸດການໂສນະນາໃຫ້ມີຄວາມອັບເດດ ແລະ ທັນສະໃໝ
  • ສ້າງກິດຈະກຳສົ່ງເສີມການຂາຍ
  • ເຮັດລາຍງານປະຈຳອາທິດ, ປະຈຳເດືອນ
  • ປະຕິບັດວຽກງານຕ່າງໆຕາມທີ່ທາງພະແນກໄດ້ມອບໝາຍໃຫ້

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ;
  • ປະສົບການຢ່າງນ້ອຍ 1 ປີ ໃນສາຂາ ການຕະຫຼາດອອນລາຍ
  • ມີທັກສະດ້ານການຄົ້ນຄວ້າຂໍ້ມູນ, ວິເຄາະຂໍ້ມູນ
  • ມີຄວາມສາມາດໃນການຜະລິດຄອນເທັນເຊັ່ນ: ການຂຽນ, ການສ້າງພາບກຣາຟິກ ຫລື ຕັດຕໍ່ວີດີໂອ
  • ມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບແພັດຟອມອອນລາຍຕ່າງໆ Facebook, Youtube, Tiktok ເປັນຕົ້ນ.
  • ມີຄວາມຄິດລິເລີ່ມໃນການສ້າງສັນຜົນງານ ແລະ ທັກສະການສື່ສານທີ່ເຂົ້າໃຈງ່າຍ
  • ຖ້າມີຄວາມຮູ້ດ້ານການລົງທຶນ, ສະກຸນເງິນ ດິຈິຕອນ (Cryptocurrency) ຈະພິຈາລະນາເປັນພິເສດ
  • ສາມາດສື່ສານພາສາອັງກິດ, ຖ້າໄດ້ພາສາຈີນ, ຫວຽດນາມ ແມ່ນຈະພິຈາລະນາເປັນພິເສດ.
  • ສາມາດເຮັດວຽກພາຍໃຕຄວາມກົດດັນ.
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ (Blockchain).
ພະນັກງານວິຊາການ ກວດກາພາຍໃນ (Internal Audit Officer)1 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ກວດກາ ຂັ້ນຕອນການດຳເນີນວຽກງານ ພາຍໃຕ້ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ແຜນວຽກຂອງ ພະແນກຕ່າງໆ ພາຍໃນບໍລິສັດ
  • ກວດກາ ທຸກວຽກງານ ທີ່ກ່ຽວກັບທຸລະກຳ ການຊື້-ຂາຍ ເງີນຄິບໂຕເຄີເລັນຊີ
  • ກວດກາ ວຽກງານທີ່ກ່ຽວຂ້ອງກັບ ຜະລິດຕະພັນ ແລະ ລະບົບຕ່າງໆ
  • ກວດກາ ວຽກງານກ່ຽວກັບ ລະບົບເຕັກໂນໂລຢີ ແລະ ຂໍ້ມູນຂ່າວສານ, ລວມທັງຄວາມປອດໄພຂອງການນຳໃຊ້ຄອມພິວເຕີ, ການຕັ້ງຄ່າໃນລະບົບ ຕາມລະບຽບທີ່ກຳນົດອອກ ແຕ່ລະໄລຍະ
  • ກວດກາ ລົງເລິກບັນຊີລາຍຮັບ ແລະ ລາຍຈ່າຍ
  • ພົວພັນ, ປະສານງານ ກັບກວດສອບພາຍນອກ, ກວດສອບຂອງທະນາຄານແຫ່ງ ສປປ ລາວ ແລະ ໜ່ວຍງານອື່ນໆທີ່ກ່ຽວຂ້ອງ
  • ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະພະແນກ ແລະ ຄະນະຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ໃນຂະແໜງ ເສດຖະສາດ, ການເງິນ, ການທະນາຄານ, ການບໍລິຫານທຸລະກິດ, ນິຕິສາດ ຫຼື ຂະແໜງອື່ນ ທີ່ກ່ຽວຂ້ອງ
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ມີຄວາມຮູ້ ແລະ ສາມາດ ນຳໃຊ້ຄອມພິວເຕີ ແລະ ຊອບແວຕ່າງໆ ໄດ້ດີ
  • ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການກວດກາ, ການກວດສອບພາຍໃນ ຫຼື ມີປະສົບການມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ
  • ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີມະນຸດສຳພັນດີ, ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນ.

 

ພະນັກງານວິຊາການ ນິຕິກຳ (Legal Officer)01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຮ່າງ, ດັດແກ້ສັນຍາຕ່າງໆ, ສັນຍາທີ່ພົວພັນພາຍນອກ ແລະ ເອກະສານນິຕິກຳ, ລະບຽບການຕ່າງໆຂອງບໍລິສັດ ໃຫ້ເປັນມາດຕະຖານ ເພຶ່ອໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດສູງສຸດ ແລະ ແທດເໝາະກັບສະພາບເສດຖະກິດ ແຕ່ລະໄລຍະ
  • ຕິດຕາມ, ກວດກາ, ປະສານງານ, ໃຫ້ຄວາມຮ່ວມມືກັບພະແນກ, ໜ່ວຍງານ, ບໍລິສັດຕ່າງໆ ກ່ຽວກັບການປະຕິບັດວຽກງານ, ສັນຍາຕ່າງໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ
  • ເປັນຜູ້ຕາງໜ້າຂອງບໍລິສັດ ເຂົ້າຮ່ວມໄກ່ເກ່ຍຄະດີ ກ່ຽວກັບໜີ້ສິນ ແລະ ໄກ່ເກຍບັນຫາອື່ນໆ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ
  • ໃຫ້ຄຳປຶກສາ ແລະ ແນະນຳ ທາງດ້ານກົດໝາຍ, ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ຂອງບໍລິສັດ ແກ່ຜູ້ບໍລິຫານ ເພື່ອໃຫ້ດຳເນີນໄປຢ່າງຖືກຕ້ອງ
  • ຜັນຂະຫຍາຍ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ຜູ້ບໍລິຫານ ແລະ ຫ້ອງການ ບິດຄິກ ຈຳກັດຜູ້ດຽວ ໄດ້ວາງອອກ ແລະ ແຈ້ງການກ່ຽວກັບການປະຕິບັດ ບັນດານິຕິກຳຕ່າງໆ ທີ່ອອກໂດຍພາກສ່ວນອື່ນ ທີ່ກ່ຽວຂ້ອງກັບທຸລະກິດ ຂອງບໍລິສັດ ແລະ ປະກາດໃຊ້ແຕ່ລະໄລຍະ
  • ຮວບຮວມບັນດາເອກະສານນິຕິກຳ ທີ່ມີຜົນບັງຄັງໃຊ້ ທີ່ອອກໂດຍບໍລິສັດ ບິດຄິກ ຈຳກັດຜູ້ດຽວ ແລະ ພາກສ່ວນພາຍນອກທີ່ກ່ຽວຂ້ອງ ທີ່ພົວພັນກັບວຽກງານ ແລະ ທຸລະກິດຂອງບໍລິສັດ
  • ຈົດທະບຽນສັນຍາ ແລະ ເອກະສານອື່ນໆ ທີ່ມີຄວາມຈໍາເປັນທາງດ້ານກົດໝາຍ ເພຶ່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ
  • ສະເໜີດັດແກ້ສັນຍາຕ່າງໆ ຫຼື ນິຕິກຳອື່ນ ທີ່ເຫັນວ່າບໍ່ສອດຄ່ອງກັບ ພາກສ່ວນປະຕິບັດຕົວຈິງ ຕໍ່ຄະນະພະແນກ, ຄະນະອຳນວຍການ
  • ກະກຽມເອກະສານ ເພຶ່ອດຳເນີນການຮ້ອງຟ້ອງຄະດີຄວາມຕ່າງໆ ແລະ ຕິດຕາມຄະດີທີ່ໄດ້ຮ້ອງຟ້ອງທີ່ຢູ່ໃນຂັ້ນຕອນ ຂອງເຈົ້າໜ້າທີ່ຕຳຫຼວດ, ສານ, ໄອຍະການ ແລະ ຫ້ອງຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ເງື່ອນໄຂຜູ້ສະໝັກ

  • ລະດັບການສຶກສາ ປະລິນຍາຕີຂຶ້ນໄປ ຫຼື ສູງກວ່າ ຍິ່ງເປັນການດີ ໃນສາຂາວິຊາສະເພາະກົດໝາຍ (ກົດໝາຍພົວພັນສາກົນ, ກົດໝາຍທຸລະກິດ, ກົດໝາຍແພ່ງ, ກົດໝາຍອາຍາ, ກົດໝາຍປົກຄອງ)
  • ມີສຸຂະພາບແຂງແຮງ, ບໍ່ຈຳກັດເພດ, ອາຍຸ ແລະ ມີມະນຸດສຳພັນດີ
  • ມີຄວາມຮູ້ທາງດ້ານພາສາອັງກິດ ຫຼື ພາສາຕ່າງປະເທດອື່ນໆ ທີ່ສາມາດສື່ສານ, ອ່ານ-ຂຽນ ເຂົ້າໃຈ ໄດ້
  • ມີປະສົບການເຮັດວຽກ ທາງດ້ານກົດໝາຍມາກ່ອນ ຢ່າງໜ້ອຍ 01 ປີ ຂື້ນໄປ
  • ສາມາດນຳໃຊ້ຄອມພິວເຕີ ແລະ ໂປຣແກຣມຕ່າງໆ ເປັນຢ່າງດີ
  • ມີຫົວຄິດປະດິດສ້າງ ສຶກສາຄົ້ນຄ້ວາ ແລະ ພັດທະນາຕົນເອງ ຢູ່ເລື້ອຍໆ
  • ມີວິໄນ, ຊື່ສັດ, ມີຄວາມຮັບຜິດຊອບຕໍ່ວຽກງານ, ດຸໝັ່ນ, ອົດທົນ, ສາມາດເຮັດວຽກເປັນທີມ ແລະ ສາມາດເຮັດວຽກ ພາຍໃຕ້ຄວາມກົດດັນໄດ້
ພະນັກງານວິຊາການ ພັດທະນາຜະລິດຕະພັນ01 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ສຶກສາຄົ້ນຄວ້າ, ພັດທະນາຜະລິດຕະພັນ ແລະ ຮູບແບບການບໍລິການ ທັນຍຸກທັນສະໄໝ ໃຫ້ແທດເໝາະກັບຄວາມຕ້ອງການ, ມີທ່າແຮງໃນການແຂ່ງຂັນ, ສ້າງຄວາມແຕກຕ່າງດ້ານການບໍລິການ;
  • ຄົ້ນຄວ້າ, ສຶກສາ ແລະ ກໍານົດຄ່າບໍລິການ ບົນພື້ນຖານການກໍານົດຕົ້ນທຶນ ແລະ ຄ່າບໍລິການ ທີ່ສົມເຫດສົມຜົນ;
  • ກຳນົດອັດຕາແລກປ່ຽນ (Rate) ຂອງການຊື້-ຂາຍ ເງິນຄຣິບໂຕ ປະຈຳວັນ;
  • ກຳນົດອັດຕາການ ຝາກ-ຖອນ (Deposit-Withdrawal) ເງິນຄຣິບໂຕ ປະຈຳວັນ;
  • ປະເມີນ, ທົບທວນ ແລະ ຕິດຕາມຜະລິດຕະພັນ ທີ່ໄດ້ສ້າງຂຶ້ນ ໂດຍນຳເອົາຂໍ້ມູນມາປັບປຸງ ແລະ ພັດທະນາໃຫ້ແທດເໝາະ ແກ່ການບໍລິການ ແຕ່ລະໄລຍະ;
  • ສັງລວມ ແລະ ປຽບທຽບຂໍ້ມູນຄູ່ແຂ່ງການບໍລິການ ແລະ ຜະລິດຕະພັນຕ່າງໆ ພາຍໃນ ແລະ ພາຍນອກ;

ເງື່ອນໄຂຜູ້ສະໝັກ

  • ບໍ່ຈໍາກັດເພດ, ອາຍຸບໍ່ເກີນ 35 ປີ
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນສາຂາການຕະຫຼາດ, ບໍລິຫານທຸລະກິດ, ໄອທີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ
  • ມີປະສົບການດ້ານການພັດທະນາຜະລິດຕະພັນ ແມ່ນຈະພິຈາລະນາເປັນພິເສດ
  • ມະນຸດສໍາພັນດີ, ບຸກຄະລິກດີ, ຍິ້້ມແຍ້ມແຈ່ມໃສ, ເປັນຄົນດຸໝັ່ນ, ລະອຽດ, ມີຄວາມຮັບຜິດຊອບສູງ, ຊື່ສັດ, ອົດທົນ, ກະຕືລືລົ້ນຮຽນຮູ້ໄດ້ໄວ ແລະມັກພັດທະນາຕົນເອງຢູ່ຕະຫຼອດເວລາ.
  • ມີປະສົບການດ້ານສາຍງານທີ່ກ່ຽວຂ້ອງ ໃນຂົງເຂດການເງິນ, ການລົງທຶນ ແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການສື່ສານ ພາສາລາວ ແລະ ພາສາອັງກິດ ທີ່ດີເລີດ, ຖ້າຫາກໄດ້ພາສາຈີນ, ພາສາຫວຽດນາມ ຄຽງຄູ່ກັນແມ່ນຈະພິຈາລະນາເປັນພິເສດ;
  • ມີທັກສະໃນການນໍາໃຊ້ຄອມພິວເຕີເປັນຢ່າງດີ;
  • ມີທັກສະການວິເຄາະ ແລະ ການແກ້ໄຂບັນຫາທີ່ດີເລີດ;
  • ມີຄວາມສາມາດໃນການສື່ສານທີ່ໂດດເດັ່ນ (ເວົ້າ, ຂຽນ, ອ່ານ), ມີທັກສະໃນການນຳສະເໜີ;
  • ມີທັກສະການຈັດການອົງກອນ ແລະ ມີຄວາມສາມາດໃນການຈັດການລຳດັບຄວາມສຳຄັນວຽກໄດ້ເປັນຢ່າງດີ;
  • ສົນໃຈໃນເທັກໂນໂລຍີໃຫມ່ໆ ແລະ ໂດຍສະເພາະເທັກໂນໂລຍີບລັອກເຊນ;
  • ຖ້າຫາກຜູ້ສະໝັກມີຄວາມຮູ້ດ້ານສະກຸນເງິນດີຈີຕອນ (cryptocurrency) ຈະໄດ້ຮັບການພິຈາລະນາເປັນພິເສດ;
  • ສາມາດເຮັດວຽກງານພາຍໃຕ້ແຮງກົດດັນໄດ້ ເພື່ອເຮັດໃນວຽກງານບັນລຸເປົ້າໝາຍ;
  • ມີບຸກຄະລິກກະພາບທີ່ດີ, ສຸຂະພາບແຂງແຮງດີ, ມີຄວາມລະອຽດຮອບຄອບ, ມີລະບຽບວິໄນ, ມີຄວາມຮັບຜິດຊອບສູງ, ມີຄວາມອົດທົນໃນການປະຕິບັດວຽກງານ, ມີແນວຄວາມຄິດສ້າງສັນ ແລະສາມາດເຮັດວຽກເປັນທີມໄດ້.
ພະນັກງານວິຊາການ ບັນຊີ-ການເງິນ02 ຕໍາແໜ່ງ

ໜ້າທີ່ຮັບຜິດຊອບ

  • ຕິດຕາມ, ກວດກາ ແລະ ບັນທຶກບັນຊີປະຈໍາວັນ/ ເດືອນ/ ງວດ/ ປີ;
  • ຕິດຕາມ ແລະ ກວດກາ ຄັງເງິນສົດ, ໃບເບີກຈ່າຍ, ການເຮັດທຸລະກໍາທາງດ້ານການເງິນຂອງບໍລິສັດ;
  • ຕິດຕາມ, ກວດກາ ແລະ ສະຫຼຸບຍອດເງິນໝູນວຽນໃນແຕ່ລະວັນ;
  • ຕິດຕາມ, ກວດກາ ແລະ ລາຍງານການຊື້-ຂາຍຫຼຽນຄຣິບໂຕຼຂອງບໍລິສັດ ທຸກໆລາຍການ;
  • ຕິດຕາມ ແລະ ຮັບຜິດຊອບໃນການສະຫຼຸບຍອດເງິນໝຸນວຽນປະຈຳວັນຂອງບໍລິສັດ;
  • ສົມທຽບຂໍ້ມູນການບັນທຶກບັນຊີຕົວຈິງກັບການເຄື່ອນໄຫວເງິນຝາກທະນາຄານ,ເງິນສົດໃຫ້ຖືກຕ້ອງ;
  • ສະຫຼຸບ ແລະ ກະກຽມລາຍງານປະຈໍາວັນ /ເດືອນ/ ງວດ/ປີ ກ່ຽວກັບ ບັນຊີ/ການເງິນ ເພື່ອລາຍງານໃຫ້ຄະນະຜູ້ບໍລິຫານ ລວມທັງ ພາກສ່ວນພາຍນອກທີ່ກ່ຽວຂ້ອງ;
  • ປະສານງານກັບພະແນກອື່ນໆທີ່ກ່ຽວຂ້ອງໃນການກວດກາຄວາມຖືກຕ້ອງຂອງການໃຊ້ຈ່າຍ ແລະ ກົດລະບຽບຕ່າງໆ ທາງດ້ານການເງິນ;
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຜູ້ບໍລິຫານ.

ເງື່ອນໄຂຜູ້ສະໝັກ

  • ເພດ ຊາຍ-ຍິງ ອາຍຸ 25-30 ປີ ຂຶ້ນໄປ;
  • ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປ ໃນຂະແໜງບັນຊີ, ການເງິນ, ການທະນາຄານ ຫຼື ຂະແໜງ ການທີ່ກ່ຽວຂ້ອງ;
  • ມີປະສົບການໃນການເຮັດວຽກຢ່າງໜ້ອຍ  1-3 ປີ ຂຶ້ນໄປ, ຖ້າມີຄວາມຮູ້ດ້ານຄຣິບໂຕຼຈະພິຈາລະນາພິເສດ;
  • ສາມາດສື່ສານເປັນ ພາສາອັງກິດ (ຖ້າໄດ້ຫຼາຍພາສາຈະພິຈາລະນາພິເສດ);
  • ມີຄວາມຮູ້ ຄວາມສາມາດໃນການໃຊ້ຄອມພິວເຕີ, ການນໍາໃຊ້ Microsoft office ໃນລະດັບດີ, ເຄີຍໃຊ້ໂປຼແກມບັນຊີວິສາຫະກິດມາກ່ອນ (ພິຈາລະນາພິເສດ);
  • ມີມະນຸດສໍາພັນດີ;
  • ເຄົາລົບກົດລະບຽບ ແລະ ຂໍ້ກຳນົດຕ່າງໆ ຂອງບໍລິສັດ;
  • ມີຄວາມອົດທົນ, ໃສ່ໃຈໃນລາຍລະອຽດ ແລະ ສາມາດເຮັດວຽກເປັນທີມໄດ້ເປັນຢ່າງດີ;
  • ມີທັກສະໃນການເປັນຜູ້ນໍາ ແລະ ພ້ອມຕອບສະໜອງການປະຕິບັດວຽກງານໂດຍທັນທີ.